ຍຸດທະສາດອົງກອນ

  • ສົ່ງເສີມການຄຸ້ມຄອງບໍລິຫານ ແລະ ວາງແຜນນໍາໃຊ້ທີ່ດິນແບບມີສ່ວນຮ່ວມຂອງຊຸມຊົນ ໂດຍເລັ່ງໃສ່ການປູກຝັງລ້ຽງສັດ ເປັນກຸ່ມ ແລະ ກ້າວໄປສູ່ການຄໍ້າປະກັນດ້ານສະບຽງອາຫານ;
  • ສະໜັບສະໜູນຊາວກະສິກອນຜູ້ທີ່ມີທ່າແຮງຈາກການປູກ ແລະ ການລ້ຽງໃຫ້ເຂົ້າເຖິງການຄ້າເປັນທໍາ ແລະ ການເຂົ້າເຖິງການເຮັດສັນຍານໍາພໍ່ຄ້າປາຍທາງ (ໝາຍຄວາມວ່າບໍ່ໄດ້ຜ່ານພໍ່ຄ້າຄົນກາງ), ເພີ່ມມູນຄ່າຜະລິດຕະພັນຈາກຊັບພະຍາກອນທໍາມະຊາດ ໃຫ້ເປັນສິນຄ້າ ເຂົ້າເຖິງການຕະຫຼາດ;
  • ສ້າງຄວາມອາສາມາດໃຫ້ແມ່ຍິງຊົນເຜົ່າໃຫ້ກາຍເປັນຜູ້ນໍາພາ ມີສິດທິຄວາມສະ ເໝີດ້ານບົດບາດຍິງ-ຊາຍ ແລະ ສະໜັບສະໜູນການສະກັດກັ້ນການຕ້ານການຄ້າມະມຸດ ແລະ ຕ້ານການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງແລະ ເດັກ, ອະນຸລັກຮັກສາສິ່ງແວດລ້ອມ ແລະ ວັດທະ ນາທໍາອັນດີງາມຂອງບັນດາເຜົ່າ;
  • ສົ່ງເສີມການສ້າງຄວາມອາດສາມາດໃຫ້ໄວໜຸ່ມ ມີທັກສະຊີວິດ ແລະ ການເປັນຜູ້ນໍາພາທີ່ດີ ແລະ ການສ້າງຄວາມອາດສາມາດໃຫ້ຊາວໜຸ່ມໄດ້ເຮັດບົດຄົ້ນຊອກຫາບັນດາທ່າແຮງ ແລະຊອກຫາວິທີແກ້ໄຂ ໃນດໍາລົງຊີວິດທີ່ດີຂອງເຂົາເຈົ້າ

ເປົ້າໝາຍຍຸດທະສາດທີ 1: ພັດທະນາຊີວິດການເປັນຢູ່ຂອງຊຸມຊົນ

ສະມາຄົມແມ່ຍິງຮ່ວມໃຈພັດທະນາ ມີຄວາມມຸ້ງໝັ້ນໃນການພັດທະນາຊີວິດພໍ່ແມ່ປະຊາຊົນບັນດາເຜົ່າໃນ ໂດຍຄຳນຶງເຖິງການປັບໂຕເຂົ້າກັບຄວາມປ່ຽນແປງທີ່ເກີດຂຶ້ນຢູ່ຕະຫຼອດເວລາ, ການປ່ຽນແປງທີ່ເກີດຂຶ້ນໄວ ບໍ່ມີຄວາມແນ່ນອນ ແລະ ມີຄວາມສະຫຼັບຊັບຊ້ອນ ເຊິ່ງການປ່ຽນແປງດ້ານສະພາບແວດລ້ອມ ແລະ ດິນຟ້າອາກາດ ສົ່ງຜົນກະທົບຕໍ່ຄຸນນະພາບຊີວິດໂດຍລວມຂອງປະຊາຊົນ ດັ່ງນັ້ນ ການປັບຕົວເຂົ້າກັບການປ່ຽນແປງຕ່າງໆ ຈຶ່ງມີຄວາມສຳຄັນ ໂດຍໃຫ້ຮູ້ເທົ່າທັນ ແລະ ປັບຕົວຢ່າງແທດເໝາະ. ກິດຈະກຳພາຍໃຕ້ເປົ້າໝາຍຍຸດທະສາດນີ້ ຈຶ່ງສຸມໃສ່ການຄຸ້ມຄອງສະພາບແວດລ້ອມ, ການປັບຕົວທີ່ເຊື່ອມໂຍງ ແລະ ກ່ຽວຂ້ອງຢ່າງຮອບດ້ານໄປເຖິງການພັດທະນະນາສີມືແຮງງານຈາກການຜະລີດກະສິກໍາ, ເຄື່ອງປ່າຂອງດົງ ແລະ ການແປຮູບຜະລີດຕະພັນ, ການຈັດການສິ່ງເສດເຫຼືອເປັນເສດຖະກິດ ໃຫ້ກັບແມ່ຍິງ, ໄວໜຸ່ມ ແລະ ຊາວກະສິກອນຜູ້ທີ່ວ່າງງານໃນຊຸມຊົນໃຫ້ມີວຽກເຮັດງານທໍາ ແລະ ມີລາຍຮັບທີ່ໝັ້ນຄົງ, ສົ່ງຜົນໃຫ້ຊີວີດການເປັນຢູ່ ຂອງຊຸມຊົນໃນແຂວງບໍ່ແກ້ວດີຂື້ນ ໂດຍອີງໃສ່ຄວາມສະເໜີພາບດ້ານບົດບາດຍິງ-ຊາຍ, ດ້ານໂພຊະນາການ ແລະ ເງື່ອນໄຂທາງດ້ານເສດຖະກິດ

ເປົ້າໝາຍຍຸດທະສາດທີ 2: ພັດທະນາອົງກອນບົນພື້ນຖານການຄຸ້ມຄອງທີດີ

ສະມາຄົມແມ່ຍິງຮ່ວມໃຈພັດທະນາ ມີຄວາມປາດຖະໜາເປັນສະມາຄົມທີ່ມີປະສິດທິພາບ ແລະ ປະສິດທິຜົນ ດ້ານການພັດທະນາບຸກຄະລາກອນ, ລະບົບບໍລິຫານພາຍໃນອົງກອນໃຫ້ໄດ້ມາດຕະຖານການບໍລິຫານອົງກອນໃນລະດັບສາກົນ, ບົນພື້ນຖານການຍອມຮັບ ແລະ ການຮັບຮູ້ ຂອງຄູ່ຮ່ວມງານທຸກພາກສ່ວນ ແລະ ອົງການຜູ້ໃຫ້ທຶນທຸກຂົງເຂດໃນພາກພື້ນ ແລະ ທົ່ວໂລກ

ເປົ້າໝາຍຍຸດທະສາດທີ 3: ພັດທະນາເສດຖະກິດຂອງອົງກອນໃຫ້ມີຄວາມຍືນຍົງ

ໃນໄລຍະ 10  ປີຜ່ານມາ, ສະມາຄົມແມ່ຍິງຮ່ວມໃຈພັດທະນາ ໄດ້ເຮັດວຽກກັບບັນດາພະແນກການ ແລະ ຫ້ອງການທີ່ກ່ຽວຂ້ອງໃນ 5 ເມືອງຂອງແຂວງບໍ່ແກ້ວ, ສຸມໃສ່ວຽກງານການປູກຈິດສໍານຶກໃນຫຼາຍດ້ານ, ລວມທັງການສ້າງຄວາມເຂັ້ມແຂງຂອງຊຸມຊົນເພື່ອປ່ຽນແປງຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ໂດຍນຳໃຊ້ ເຄື່ອງມື “GALS”, ວຽກງານການເຊື່ອມສານກະສີກຳ, ຊັບພະຍາກອນທໍາມະຊາດ ແລະ ໂພຊະນາການ (LANN), ຈິງເຮັດໃຫ້ສະມາຄົມແມ່ຍິງຮ່ວມໃຈພັດທະນາ ມີຊື່ສຽງການນຳໃຊ້ ເຄື່ອງມື GALS ແລະ LANN ແລະ ໄດ້ຮັບການຍອມຮັບຈາກສັງຄົມ, ພ້ອມກັນນັ້ນ ສະມາຄົມແມ່ຍິງຮ່ວມໃຈພັດທະນາ ຍັງສົ່ງເສີມການສ້າງກຸ່ມລາຍຮັບ ຈາກເຄື່ອງປ່າຂອງດົງ ໂດຍການແປຮູບເພື່ອເພີ່ມມູນຄ່າຂອງຜະລິດຕະພັນ ເຊັ່ນ; ສົ່ງເສີມການປູກ ແລະ ການແປຮູບດອກແຂມ, ການແປຮູບຂີ້ໜີ້ນ, ສົ່ງເສີມການປູກຊາ ແລະ ປຸງແຕ່ງຊາທໍາມະຊາດ ໃຫ້ກາຍເປັນວີສາຫະກິດຂະໜາດນ້ອຍ. ນອກຈາກນີ້ແລ້ວ ສະມາຄົມແມ່ຍິງຮ່ວມໃຈພັດທະນາ ຍັງເປັນສູນກາງໃນການຈໍາໜ່າຍຜະລິດຕະພັນຈາກຊຸມຊົນ ທີ່ເປັນຜົນໄດ້ຮັບຈາກການຈັດຕັ້ງປະຕິບັດໂຄງການ ແລະ ຈາກຊຸມຊົນໂດຍກົງ ເພື່ອເປີດໂອກາດໃຫ້ກັບຜູ້ຊົມໃຊ້ ໄດ້ໃຊ້ຜະລິດຕະພັນຈາກຊຸມຊົນ ແລະ ສະໜັບສະໜູນຊຸມຊົນໃຫ້ໄດ້ມີວຽກເຮັດງານທຳ ມີລາຍຮັບທີ່ໝັ້ນຄົງ

ເປົ້າໝາຍຍຸດທະສາດທີ 4: ຜະລິດສື່ ແລະ ເຜີຍແຜ່ຂໍ້ມູນຂ່າວສານ

ສະມາຄົມແມ່ຍິງຮ່ວມໃຈພັດທະນາ ມີຄວາມຕັ້ງໃຈພັດທະນາສື່ໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ສັງຄົມໄດ້ຮັບຮູ້ ຜ່ານຊ່ອງທາງຕ່າງໆ ທັງອອນລາຍ ແລະ ອອບລາຍ ເພື່ອໃຫ້ສັງຄົມໄດ້ເຂົ້າມາມີສ່ວນຮ່ວມໃນການພັດທະນາຊຸມຊົນ. ນອກຈາກນັ້ນແລ້ວ ຍັງເປັນສື່ກາງໃນການເຜີຍແຜ່ໂຄສະນາຜົນງານ ແລະ ຜະລິດຕະພັນ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງຜະລິດຕະພັນທີຄຸນນະພາບ, ເປັນການສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບຊຸມຊົນ.