ກ່ຽວກັບພວກເຮົາ

ສະມາຄົມແມ່ຍິງຮ່ວມໃຈພັດທະນາ ພວກເຮົາເຮັດວຽກພັດທະນາລົງເລິກໃນການປັບປຸງຊີວິດການເປັນຢູ່ຂອງແມ່ຍິງ, ເນັ້ນໃສ່ການສ້າງຄວາມເຂັ້ມແຂງຂອງແມ່ຍິງ, ການເຂົ້າເຖິງຊັບພະຍາກອນ, ການປັບປຸງໂພຊະນາການ, ສິດທິຂອງແມ່ຍິງ ແລະ ເດັກ ນ້ອຍ ແລະ ເຄື່ອຄ່າຍການຮຽນຮູ້ຂອງອົງການຈັດຕັ້ງທາງສັງຄົມ, ນອກຈາກນີ້ ສະມາຄົມແມ່ຍິງຮ່ວມໃຈພັດທະນາ (MHP) ກໍ່ຍັງໄດ້ປະກອບສ່ວນສ້າງຄວາມອາດສາມາດໃຫ້ປະຊາຊົນ, ໂດຍສະເພາະ ແມ່ຍິງຜູ້ທຸກຍາກໃນເຂດຊົນນະບົດ, ເພື່ອໃຫ້ເຂົາເຈົ້າມີຄຸນນະພາບຊີວິດທີ່ສູງຂຶ້ນ ແລະ ມີເປົ້າໝາຍໃນການພັດທະນາຊີວິດຄອບຄົວທີ່ແນ່ນອນແບບຍືນຍົງ ປະກອບມີ 3 ຍຸດທະສາດຫຼັ້ກຄື່:

  • ພັດທະນາຊີວິດຄວາມເປັນຢູ່ຂອງຊຸມຊົນ;
  • ພັດທະນາອົງກອນບົນພື້ນຖານການຄຸ້ມຄອງທີ່ດີ;
  • ພັດທະນາເສດຖະກິດຂອງອົງກອນໃຫ້ມີຄວາມຍືນຍົງ;
  • ຜະລິດສື່ ແລະ ເຜີຍແຜ່ຂໍ້ມູນຂ່າວສານ.

ວິໄສທັດ

ສະມາຄົມແມ່ຍິງຮ່ວມໃຈພັດທະນາ ມີຄວາມປາດຖະໜາເປັນສະມາຄົມທີ່ມີປະສິດທິຜົນ ແລະ ເປັນເອກະ ລາດ, ເປັນສະມາຄົມພັດທະນາທ້ອງຖິ່ນ ທີ່ມີຄວາມອຸດົມສົມບູນ, ມີການສຶກສາ, ມີສັນຕິພາບ, ມີຄວາມຍຸດຕິທຳ, ມີສິດສະເໝີພາບ ລະຫວ່າງຍິງ-ຊາຍ, ມີວັດຖະນະທຳອັນດີງາມ ໄດ້ຮັບການນັບຖື ແລະ ປະຊາຊົນໄດ້ຮັບຜົນປະ ໂຫຍດຈາກການມີສ່ວນຮ່ວມຂອງເຂົາເຈົ້າ ຢູ່ໃນສັງຄົມທີ່ມີຄວາມດຸນດ່ຽງຂອງສະພາບແວດລ້ອມລະບົບນິເວດວິທະຍາ

ພາລະກິດ

  1. ສະມາຄົມແມ່ຍິງຮ່ວມໃຈພັດທະນາສ້າງຄວາມອາດສາມາດໃຫ້ແກ່ຊຸມຊົນ ໂດຍສະເພາະແມ່ຍິງ ຮ່ວມກັບຜູ້ທຸກທີ່ສຸດ ແລະ ຜູ້ດ້ອຍໂອກາດຢູ່ຊົນນະບົດເພື່ອໃຫ້ສຸຂະພາບ ຊີວິດທີ່ດີກວ່າເກົ່າເພິ່ງພາຕົນເອງໄດ້ ແລະ ມີຄວາມຍືນຍົງ.
  2. ລົງເລິກດ້ານກະສິກຳ,ການຄຸ້ມຄອງປ່າໄມ້ ແລະ ນຳໃຊ້ເຄື່ອງປ່າຂອງດົງ ເພື່ອສົ່ງເສີມເຂົ້າໃນວຽກເສດຖະ ກິດຊຸມຊົນ, ຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການອາຫານຂອງແມ່-ເດັກນ້ອຍ.
  3. ສົ່ງເສີມ-ຮັກສາສິ່ງແວດລ້ອມເພື່ອຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ.
  4. ສ້າງຄວາມອາດສາມາດດ້ານການຄຸ້ມຄອງບໍລິຫານອົງກອນໃຫ້ແກ່ພະນັກງານສະມາຄົມ ແລະ ບັນດາຄູ່ຮ່ວມງານທີ່ກ່ຽວຂ້ອງກັບວຽກງານພັດທະນາ ພາຍໃນແຂວງບໍ່ແກ້ວເປັນເຄືອຂ່າຍອົງການຈັດຕັ້ງສັງຄົມລາວ ດ້ານການແລກປ່ຽນປະສົບການໃນທົ່ວປະເທດພາກພືນ ແລະ  ສາກົນ.
  5. ສົ່ງເສີມການສ້າງເສດຖະກິດຂອງອົງກອນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍມີສ່ວນຮ່ວມຂອງໄວນໜຸ່ມ.