ໂຄງການສ້າງຄວາມອາດສາມາດໃຫ້ອົງການຈັດຕັັ້ງສັງຄົມ ແລະ ຊຸມຊົນເປົ້າໝາຍ ໃນການປະຕິບັດກົດໝາຍ, ຄຸ້ມຄອງປ່າໄມ້ ແລະ ການຄ້າໄມ້ ໃນ ສປປລາວ

- ໄລຍະເວລາດຳເນີນໂຄງການ ປີ 2020-2023
- ຂົງເຂດການປະຕິບັດໂຄງການ 3 ແຂວງ 4 ເມືອງ 7 ບ້ານ ເປົ້າໝາຍໂຄງການ

ກິດຈະກໍາ 1.7: ຝຶກອົບຮົມ ການເປັນຄູຝຶກ (TOT) ໃນການສ້າງແຜນຍຸດທະສາດ ການຄຸ້ມຄອງປ່າໄມ້ ໃຫ້ສະມາຄົມ WCA, RRDPA ແລະ ARMI ໂດຍນຳໃຊ້ເຄື່ອງມື ລະບົບການຮຽນ ການປະຕິບັດຕົວຈິງ ດ້ານບົດບາດຍິງ-ຊາຍ (GALS)

  • ສ້າງຄວາມອາດສາມາໂດຍການ ຄູ່ຮ່ວມງານ ໂດຍການຝຶກອົບຮົມການສ້າງແຜນຍຸດທະສາດໂດຍນໍາໃຊ້ເຄື່ອງມື ລະບົບການຮຽນຮູ້ ການປະຕິບັດຕົວຈິງດ້ານບົດບາດຍິງ-ຊາຍ, ເຊິ່ງມີຜູ້ເຂົ້າຮ່ວມ ທັງໝົດລວມ 15 ທ່ານ, ຍິງ 5 ທ່ານມາຈາກ 4 ສະມາຄົມ: ສະມາຄົມ MHP, ສະມາຄົມ ARMI, ສະມາຄົມ RRDPA ແລະ ສະມາຄົມ WCA.ຜ່ານການຝຶກມີ 10 ທ່ານ ເຂົ້າໃຈດີສາມາດນໍາໄປຝຶກຕໍ່ໄດ້ ອິກ 3 ທ່ານ, ໄດ້ລົງໄປຝຶກອົມຮົມຕໍ່ໃຫ້ຈຸງານປ່າໄມ້ບ້ານ 7 ບ້ານ, ແຕ່ລະບ້ານໄດ້ແຜນຍຸດທະສາດການຄຸ້ມຄອງປ່າໄມ້ 5 ປີ.

ກິດຈະກໍາ 2.1: ສ້າງຕັ້ງຄະນະຈຸງານປ່າໄມ້ບ້ານ(CBOs) ຢ່າງເປັນທາງການ ພາຍໃຕ້ການເຫັນດີ ແລະ ຢັ້ງຢືນຈາກຄູ່ຮ່ວມງານພາກລັດຂັ້ນທ້ອງຖິ່ນ

  • ສໍາເລັດການຄັດເລືອກຄະນະຈຸງານກະສິກໍາ ແລະ ປ່າໄມ້ຂັ້ນບ້ານ ໃນ 2 ບ້ານ, ມີ 22 ຄົນ, ຍິງ 7 ຄົນ, ຊາຍ 15 ຄົນ (ບ້ານຫ້ວຍຊົວະ 10 ຄົນ, ຍິງ 4 ຄົນ, ບ້ານ ຫ້ວຍພະລາມ 12 ຄົນ, ຍິງ 3 ຄົນ) ມີໂຄງຮ່າງການຈັດຕັ້ງ ຂອງຈຸງານປ່າໄມ້ບ້ານມີພາລະບົດບາດ,ສິດ ແລະ ໜ້າທີຂອງຈຸງານປ່າໄມ້ບ້ານ, ໄດ້ມີການປັບປຸງລະບຽບການຄຸ້ມຄອງປ່າໄມ້ບ້ານສໍາເລັດໄດ້ມີຂໍ້ຕົກລົງແຕ່ງຕັ້ງຈຸງານປ່າໄມ້ບ້ານຈາກທ່ານເຈົ້າເມືອງ ຮັບຮອງ

ກິດຈະກໍາ 2.2: ພັດທະນາເອກະສານ ແລະ ຝຶກອົບຮົມກ່ຽວກັບພາລະບາດບາດ, ສິດ ແລະ ໜ້າທີ່ ຂອງຄະນະຈຸງານປ່າໄມ້ບ້ານ (CBOs) ແລະ ສະມາຊິກ ທີ່ກ່ຽວກັບສິດທິ ທາງດ້ານກົດໝາຍ ຂອງພວກເຂົາ

  • ໃນຄັ້ງວັນທີ່ 10-16 ມິຖຸນາ 2021 ໄດ້ສໍາເລັດການຝຶກອົບຮົມຂອບເຂດ, ສິດ ແລະ ພາລະບົດບາດຂອງຈຸງານກະສິກໍາແລະ ປ່າໄມ້ຂັ້ນບ້ານ, ການສ້າງຄວາມສາມາດທາງດ້ານກົດໝາຍປ່າໄມ້, ດໍາລັດວ່າດ້ວຍການສົ່ງເສີມປູກໄມ້ເປັນສິນຄ້າ, ການເພີ່ມທະວີການຄຸ້ມຄອງນໍາໃຊ້ທີດິນ ແລະ ການນໍາໃຊ້ເຄື່ອງມື GPS ຂັ້ນພື້ນຖານ ມີຜູ້ເຂົ້າຮ່ວມທັງໝົດ 23 ຄົນ, ຍິງ 8 ຄົນ, ຊາຍ 15 ຄົນ,(ຜູເຂົ້າຮ່ວມບ້ານຫ້ວຍຊົວະ 10 ຄົນ, ບ້ານ ຫ້ວຍພະລາມ 9 ຄົນ, ພະນັກງານ ກະສິກໍາເມືອງ 2 ຄົນ, ຂະແໜງປ່າໄມ້ແຂວງ 1 ຄົນ, ສະມາຄົມແມ່ຍິງຮ່ວມໃຈພັດທະນາ 1 ຄົນ) ຈຸງານກະສິກໍາປ່າໄມ້ບ້ານໄດ້ຮັບຮູ້ຕໍ່ພາລະບົດບາດ, ສິດ ແລະໜ້າທີຂອງເຂົາເຈົ້າ ແລະຝືກອົບຮົມການນໍາໃຊ້ເຄື່ອງມື GPS ໃນການເດີນສໍາຫຼວດ,ບ້ານໄດ້ມີນິຕິກໍາລຸ່ມກົດໝາຍຂອງບ້ານທາງດ້ານເອກະສານ ມີພາລະບົດບາດ ສິດໜ້າທີ່ຮັບຜິດຊອບຂອງຈຸງານ ປ່າໄມ້ບ້ານ ແລະ ແຜນທີ່ປັກຫຼັກໝາຍຂອບເຂດຊາຍແດນ ການຄຸ້ມຄອງທີ່ດິນປ່າໄມຂອງບ້ານ

ກິດຈະກໍາ 2.3: ການກໍານົດ ແລະ ແບ່ງເຂດແດນການນຳໃຊ້ທີ່ດິນຕາມປະເພນີ ແລະ ການນຳໃຊ້ທີ່ດິນທົ່ວໄປແລະ ອອກເອກະສານ ບ້ານ ຫ້ວຍພະລາມ ແລະ ຫ້ວຍຊົ່ວະ

  • ສໍາເລັດການແບ່ງເຂດແດນ ແລະ ເຮັດແຜນທີກ່ຽວກັບສິດການນໍາໃຊ້ທີດິນຕາມປະເພນີບ້ານ ແລະ ການຂຽນແຜນຄຸ້ມຄອງປ່າໄມ້ບ້ານ ຫ້ວຍພະລາມ ມີເນື້ືອທີທັງໝົດ 2,244,62 ເຮັກຕາໃນນັ້ນມີດີນກະສິກໍາ 1,168 ເຮັກຕາ, ດີນປູກສ້າງ 6,08 ເັຮກຕາ, ດີນຄົມມະນາຄົມ 46,73 ເຮັກຕາ, ດີນອຸດສະຫະກໍາ 0,03 ເຮັກຕາ, ດີນບໍລິເວນນໍ້າ 33,26 ເຮັກຕາ, ວັດທະນະທໍາ 13,1 ເຮັກຕາ, ດີນປ່າໄມ້ 975 ເຮັກຕາປ່າໄມ້ ໃນນັ້ນໄດ້ກໍານົດຂອບເຂດປ່າໄມ້ບ້ານມີ 2 ຕອນ ລວມເນື້ອທີ່ມີ 159,29 ເຮັກຕາ)
  • ຄັ້ງວັນທີ 20/1/2022-1/2/2022 ສໍາເລັດການກໍານົດ ແລະ ຈັດສັນແຜນນໍາໃຊ້ທີດີນ ບ້ານ ຫ້ວຍຊົວະ ມີທັງໝົດ 2,585 ເຮັກຕາ ດິນບໍລິເວນນໍ້າ 66,95 ເຮັກຕາ, ດິນປູກສ້າງ17,44ຮັກຕາ, ດິນອຸດສະຫະກໍາ 0,23 ເຮັກຕາ, ດິນກະສິກໍາ 1,250 ເຮັກຕາ ແລະ ດິນປ່າໄມ້ 1229 ເຮັກຕາ, ໃນນັ້ນໄດ້ກໍານົດຂອບເຂດປ່າໄມ້ບ້ານ 1 ຕອນມີເນື້້ອທີ211 ເຮັກຕາ
  • ປັກຫຼັກແດນໃນ 2 ບ້ານລວມມີ  40 ຫຼັກ, ສໍາເລັດການແຕ້ມແຜນທີການຄຸ້ມຄອງປ່າໄມ້ໃນ 2 ບ້ານທັງ 2 ບ້ານ ມີຜູ້ເຂົ້າຮ່ວມລວມທັງໝົດ 120 ຄົນ, ຍິງ  49 ຄົນ

ກິດຈະກໍາ 2.4: ຝຶກອົບຮົມການສ້າງແຜນຍຸດທະສາດໃຫ້ຈຸງານກະສິກໍາ ແລະ ປ່າໄມ້ບ້ານ ໂດຍນໍາໃຊ້ເຄື່ອງມື ລະບົບການຮຽນຮູ້ ການປະຕີບັດຕົວຈິງ ດ້ານບົດບາດຍິງຊາຍ (GALS)

  • ສໍາເລັດການຝຶກອົບຮົມ ການສ້າງແຜນຍຸດທະສາດ ການຄຸ້ມຄອງປ່າໄມ້ຂັ້ນບ້ານ ໂດຍການນໍາໃຊ້ເຄື່ອງມື ລະບົບການຮຽນຮູ້ ການປະຕິບັດຕົວຈິງ ດ້ານບົດບາດຍິງ-ຊາຍ (GALS) ໃຫ້ 2 ບ້ານ ມີ ບ້ານ ຫ້ວຍຊົ່ວະ ແລະ ບ້ານ ຫ້ວຍພະລາມ ມີຜູ້ເຂົ້າຮ່ວມລວມທັງໝົດ 27 ຄົນ, ຍິງ  14 ຄົນ, ຊາຍ 13 ຄົນ ຜູ້ເຂົ້າຮ່ວມເຂົ້າໃຈຕໍ່ເຄື່ອງມືການວາງແຜນຍຸດທະສາດການຄຸ້ມຄອງປ່າໄມ້ຂັ້ນບ້ານ ປະຈຸບັນນີ້ທັງ 2 ບ້ານ ມີແຜນຍຸດທະສາດໃນການຄຸ້ມຄອງປ່າໄມ້ບ້ານ

ກິດຈະກໍາ 2.7: ກອງປະຊຸມແລກປ່ຽນບົດຮຽນແບບເພື່ອນສອນເພື່ອນຢູ່ວັງວຽງ

  • ຈັດກອງປະຊຸມແລກປ່ຽນບົດຮຽນແບບເພື່ອນສອນເພື່ອນຢູ່ເມືອງວັງວຽງໃຫ້ຈຸງານກະສິກຳ ແລະ ປ່າໄມ້ບ້ານ ໃນ 7 ບ້ານເປົ້າໝາຍຂອງໂຄງການຄື: ບ້ານ ຫ້ວຍຊົວະ, ຫ້ວຍພະລາມ, ເມືອງ ປາກທາ, ແຂວງ ບໍ່ແກ້ວ; ບ້ານ ປອນຂ້າມ, ເມືອງ ປາກລາຍ; ບ້ານ ນາອູມ, ເມືອງ ພຽງ, ແຂວງ ໄຊຍະບູລີ; ບ້ານ ຫ້ວຍຫອງ, ບ້ານກະລາຍ, ບ້ານ ສະເລາະ, ເມືອງ ວິລະບູລີ, ແຂວງ ສະຫວັນນະເຂດ. ກອງປະຊຸມດັ່ງກ່າວເປັນການແລກປ່ຽນຖອດຖອນບົດຮຽນໃນການການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຈາກ 4 ສະມາຄົມຄື: ສະມາຄົມແມ່ຍິງຮ່ວມໃຈພັດທະນາ (MHP), ສະມາຄົມອະນຸລັກສັດປ່າ (WCA), ສະມາຄົມສົ່ງເສີມການຮຽນຮູ້ກ່ຽວກັບການຄົ້ນຄ້ວາ ແລະ ພັດທະນາຊົນນະບົດ (RRDPA) ແລະ ສະມາຄົມເພື່ອສະໜັບສະໜູນ ແລະ ປັບປຸງຊົນນະບົດ (ARMI) ວິຊາການຈາກຜູ້ປະສານງານຂັ້ນແຂວງ, ເມືອງໃນ 3 ແຂວງ ລວມຜູ້ເຂົ້າຮ່ວມທັງໝົດ  41 ທ່ານ, ຍິງ 13 ທ່ານ, ກອງປະຊຸມແລກປ່ຽນບົດຮຽນແບບເພື່ອສອນເພື່ອນໄດ້ຊ່ວຍໃຫ້ຈຸງານກະສິກຳ ແລະ ປ່າໄມ້ ໃນ 7 ບ້ານເປົ້າໝາຍເຫັນໄດ້ສິດ ແລະ ພາລະບົດບາດຂອງຈຸງານປ່າໄມ້, ມີຄວາມເຂົ້າໃຈໃນການຄຸ້ມຄອງປ່າໄມ້ແບບຍືນຍົງ, ຜົນປະໂຫຍດທີ່ໄດ້ຮັບການປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້ ແລະ ສັດນໍ້າ – ສັດປ່າໃຫ້ຊຸມຊົນພາຍໃນບ້ານຂອງຕົ້ນເອງເປັນເຈົ້າການໃນການວາງແຜນຄຸ້ມຄອງ, ຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ຂອງບ້ານໃຫ້ໄດ້ຮັບຜົນສຳເລັດໃນອະນາຄົດ, ວິທີການຈັດຕັ້ງປະຕິບັດຕົວຈີງໃນແຕ່ລະທ້ອງຖີ່ນ.

ກິດຈະກໍາ 3.1: ຈັດກອງປະຊຸມແນະນຳໂຄງການເບື້ອງຕົ້ນ ຮ່ວມກັບພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ (ແຂວງ, ເມືອງ ແລະ ກະຊວງ) ແລະ ພ້ອມກັນເຊັນ MOU ເພື່ອຈັດຕັ້ງປະຕິບັດໂຄງການ ຢູ່ຂັ້ນແຂວງ

  • ທີ່ຫ້ອງປະຊຸມພະແນກກະສິກໍາ ແລະປ່າໄມ້ແຂວງ ໄດ້ເປີດກອງປະຊຸມຊີ້ແຈງໂຄງການ ແລະເຊັນບົດບັນທືກຄວາມເຂົ້າໃຈຮ່ວມກັນ ລະຫວ່າງພະແນກກະສິກໍາ ແລະປ່າໄມ້ແຂວງ ບໍ່ແກ້ວ ແລະສະມາຄົມ ແມ່ຍິງຮ່ວມໃຈ ພັດທະນາ, ໃນນັ້ນມີພະແນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງ, ຕາງຫ້ອງການອ້ອມຂ້າງເມືອງປາກທາທີ່ກ່ຽວຂ້ອງ, ຕາງໜ້າເລຂາຄະນະພັກຮາກຖານ ແລະອໍານາດການປົກຄອງບ້ານ ເປົ້າໝາຍຂອງໂຄງການ ແລະພະນັກງານສະມາຄົມເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 4 ທ່ານ ໃນກອງປະຊຸມໄດ້ເຊັນບົດບັນທືກຄວາມເຂົ້າໃຈຮ່ວມກັນ ແລະທ່ນເຈົ້າແຂວງ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະຊີ້ນໍາ ແລະ ພະນັກງານປະສານງານໂຄງການຂັ້ນແຂວງ ແລະ ເຈົ້າເມືອງ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະຊີ້ນໍາຂັ້ນເມືອງ, ຜູ້ປະສານງານຂັ້ນເມືອງ ແລະກໍານົດພາລະບົດບາດໜ້າທີ່ຮັບຜິດຊອບຂອງແຕ່ລະພາກສ່ວນອອຢ່າງກຊັດເຈນ.

ກິດຈະກໍາ 3.2: ຈັດກອງປະຊຸມ ປຶກສາຫາລືຫຼາຍຝ່າຍກ່ຽວກັບວຽກງານປ່າໄມ້

  • ສໍາເລັດໃນການຈັດກອງປະຊຸມປຶກສາຫາລືຫຼາຍຝ່າຍກ່ຽວກັບວຽກງານປ່າໄມ້ 2 ຄັ້ງ ວັນທີ່ 16/9/2022 ຈັດຢູ່ຂັ້ນແຂວງ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ   50 ທ່ານ, ຍິງ  15 ທ່ານ , ໃນນັ້ນມາຈາກ  ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ 2 ທ່ານ, ຮອງຫົວໜ້າຂະແໜງປ່າໄມ້ແຂວງ 1 ທ່ານ,ຮອງຫົວໜ້າພະແນກການເງິນແຂວງ 1 ທ່ານ, ຮອງຫົວໜ້າພະແນກແຜນການຄ້າແຂວງ 1 ທ່ານ, ຮອງຫົວໜ້າພະແນກຊັບ 1 ທ່ານ, ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ວີຊາການ  2 ທ່ານ, ຫົວໜ້າຫ້ອງການຊັບພະຍາກອນ ແລະ ສິ່ງແວດລ້ອມເມືອງ 1 ທ່ານ, ຮອງຫົວໜ້າແຜນການ ແລະ ການລົງທຶນ 1 ທ່ານ, ຮອງຫົວໜ້າພາຍໃນ 1 ທ່ານ, ຮອງຫົວໜ້າການຄ້າເມືອງ 1 ທ່ານ , ຫົວໜ້າຫ້ອງວ່າການປົກຄອງເມືອງ ປາກທາ 1 ທ່ານ, ປະທານ ແລະ ຮອງປະທານສະມາຄົມແມ່ຍິງຮ່ວມໃຈພັດທະນາ ແລະ ວິຊາການ 5 ທ່ານ, ຕ່າງໜ້າຈາກຜູ້ປະກອບການ 3 ທ່ານ, ມາຈາກ ບ້ານ ຫ້ວຍຊົວະ 3 ທ່ານ ແລະ ຫ້ວຍພະລາມ 3 ທ່ານ, ໃນກອງປະຊຸມໄດ້ປືກສາຫາລື
  • ການຄ້າຂາຍ ແລະການເຄື່ອນຫຍ້າຍໄມ້ພາຍໃນ ແລະ ຕ່າງປະເທດ 
  • ການມີສ່ວນຮ່ວມໃນການປະຕິບັດກົດໝາຍຂອງເຈົ້າໜ້າທີ່ແຕ່ລະພາກສ່ວນໃຫ້ຖືກຕ້ອງຕາມລະບຽບ ກົດໝາຍ
  • ການພັກດັນໃຫ້ຊາວບ້ານໄດ້ມີການຄຸ້ມຄອງ ນໍາໃຊ້ໃຫ້ມີຄວາມຍືນຍົງ
  • ສໍາເລັດການໄປທັດສະນະສຶກສາ ແລກປ່ຽນບົດຮຽນ ດ້ານການຄຸ້ມຄອງປ່າໄມ້ທີດີ, ຢູ່ໃນເຂດອະນຸລັກປ່າໂຄກໂອງ-ມັ່ງ ແຫ່ງຊາດ ມີຜູ້ເຂົ້າຮ່ວມທັງໝົດ 37 ທ່ານ ,ຍິງ 7 ທ່ານ (ມາຈາກພະແນກກະສິກໍາປ່າໄມ້ແຂວງໄຊຍະບູລີ 1 ທ່ານ, ພະແນກກະສິກໍາປ່າໄມ້ແຂວງບໍ່ແກ້ວ 1 ທ່ານ, ພະແນກກະສິກໍາປ່າໄມ້ແຂວງສະຫວັນນະເຂດ 1 ທ່ານ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ 4 ເມືອງ 4 ທ່ານ, ສະມາຄົມMHP, ARMI, RRDPA, WCA ມີ 8 ທ່ານ ຊາວບ້ານ 7 ບ້ານ 21 ທ່ານ)  ໄດ້ຮັບຝັງການລາຍງານຫຍໍ້ກ່ຽວກັບປະຫວັດຄວາມເປັນມາ ແລະການຄຸ້ມຄອງບໍລິຫານໃນເຂດອະນຸລັກປ່າໂຄກໂອງ-ມັ່ງ ແຫ່ງຊາດ ໂດຍ ທ່ານ ຄໍາໄພ ຫົວໜ້າກອງຄຸ້ມຄອງ ເຮັດໃຫ້ເຂົ້າຮ່ວມມີຄວາມສົນໃຈ ແລະ ມີການແລກປ່ຽນບົດຮຽນ ຮຽນຮູ້ ແລະ ເຂົ້າໃຈ  ຕໍ່ຂະບວນການຄຸ້ມຄອງປ່າໄມ້ ແລະ ໄດ້ລົງແລກປ່ຽນບົດຮຽນ ນໍາຊາວບ້ານສະໜາມໄຊ ຈັດຕັ້ງປະຕິບັດຕົວຈີງໃນພື້ນທີ່, ການມີສ່ວນຮ່ວມຂອງຊາວບ້ານ, ການຄຸ້ມຄອງຂອງຊຸມຊົນ ຫຼັງຈາກນັ້ນກະໄດ້ລົງໄປເບິ່ງພື້ນທີ່ຂອບເຂດປ່າໂຄກ ແລະ ໂອງ-ມັ່ງຕົວຈີງ.
  • ເຫັນໄດ້ວ່າຊາວບ້ານ ແລະ ອໍານາດການປົກຄອງບ້ານແມ່ນມີຄວາມເອົາໃຈໃສ່ຕໍ່ການປູກຈິດສໍານຶກໃຫ້ກັບຊຸມຊົນ ແລະ ການເຜີຍແຜ່ລະບຽບໄດ້ດີ, ການກວດກາລາດຕາເວນ ແລະ ການລາຍງານສະພາບການຂອງຈຸງານປ່າໄມ້ບ້ານເຮັດໄດ້ດີ, ການສ້າງເສດຖະກິດຄອບຄົວ(ສົ່ງເສີມການສ້າງອາຊີບຊຸມຊົນເຂດອານຸລັກປ່າໂຄກ ອົງ-ມັງໂດຍການປູກຟັງ ແລະລຽ້ງສັດ), ວິທີການປູກຈິດສໍານືກໃຫ້ຊາວບໍ່ໃຫ້ລ່າໂຕ ອົງ-ມັງ ມາກີນຫຼືຂາຍ ເວລາເຫັນໂຕອົງ-ມັງ ຕາຍຊາວຈະພາກັນເຮັດພິທີກໍາໃຫ້ໂຕ ອົງ-ມັງ.
  • ຄະນະຊີ້ນໍາໂຄງການຂັ້ນແຂວງ ແລະເມືອງໄດ້ສໍາເລັດໃນການລົງຕິດຕາມ ແລະ ຊຸກຍູກິດຈະກໍາ ມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ ຍິງ 2 ທ່ານ, ເຊີງໃນການລົງຕິດຕາມ ຊຸກຍູ້ຄັ້ງນີ້ໄດ້ຮັບຟັງການສະຫຼຸບລາຍງານການປະຕິບັດກິດຈະກໍາຂອງໂຄງການຜ່ານມາ, ຄະນະຊີ້ນໍາໂຄງການຂັ້ນແຂວງ, ຂັ້ນເມືອງ ໄດ້ຄໍາເຫັນເປັນເອກະພາບ ເພີ່ມຕືມ ຂໍ້ມູນເນື້ອທີ່ຂອບເຂດຂອງແຕ່ລະປະເພດປ່າ, ຈໍານວນຫຼັກຊາຍແດນ ແລະສ້າງປ້າຍແຕ່ລະປະເພດປ່າ, ໃນກອງປະຊຸມ ທ່ານຮອງເຈົ້າເມືອງໄດ້ໃຫ້ຄໍາເຫັນດີໃຫ້ອອກໃບແຈ້ງ 01 ສໍາລັບ ປ່າຊົມໃຊ້ ໃຫ້ບ້ານໄດ້ມີການຄຸ້ມຄອງນໍາໃຊ້, ນອກຈາກນີ້ຄະນະຊີ້ນໍາຂັ້ນແຂວງ ແລະເມືອງ ໄດ້ລົງຢ້ຽມຢາມພື້ນທີ່ ແລະ ຮັບຟັງການລາຍງານເຫັນວ່າຈຸງານປ່າໄມ້ບ້ານ ເຂົ້າໃຈພາລະບົດບາດ ແລະ ໜ້າທີ່ຮັບຊອບຂອງແຕ່ລະຕໍາແໜງ ແລະລະບຽບສ້າງໄວ້ ແລະອີກປະເດັ່ນໜຶ່ງທີ່ຍັງບໍ່ໄດ້ແກ້ໄຂ ຊາຍແດນບ້ານລະຫວ່າງບ້ານຫ້ວຍພະລາມ ແລະບ້ານ ກິວລົມຍັງຕົກລົງກັນບໍ່ໄດ້, ທາງ ສະມາຄົມ ໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງລັດຂື້ນແຜນລົງໄປແກ້ໄຂໃຫ້ທັງສອງບ້ານມີຄວາມເປັນເອກະພາບກັນ ໃນຂອບເຂດຊາຍແດນດັ່ງກ່າວ

ກິດຈະກໍາ 4.4: ກອງປະຊຸມແລກປ່ຽນບົດຮຽນລະຫວ່າງຄູ່ຮ່ວມງານພາກລັດ ແລະອົງການຈັດຕັ້ງສັງຄົມ ກ່ຽວກັບໂຄງການ ສ້າງຄວາມອາດສາມາດ ອົງການຈັດຕັ້ງສັງຄົມ ແລະຊຸມຊົນເປົ້າໝາຍການປະຕິບັດກົດໝາຍ, ການຄຸ້ມຄອງປ່າໄມ້ ແລະການຄ້າໄມ້, ຜົນການປະເມີນຜົນ ແລະປິດໂຄງການ

  • ຄູ່ຮ່ວມງານ ອົງການຈັດຕັ້ງສັງຄົມ ແລະຮ່ວມງານພາກລັັດທີ່ເປັນຄູ່ງານຫຼັກຈາກສາມແຂວງ 4 ເມືອງ ແລະຈຸງານປ່າໄມ້ບ້ານຈາກ 5 ບ້ານເປົ້າໝາຍຂອງໂຄງການ ໄດ້ສໍາເລັດໃນການລົງຢຽມຢາມແລກປ່ຽນບົດຮຽນຢູ່ 2 ບ້ານ ເມືອງປາກທາ ມີບ້ານ ຫ້ວຍຊົວະ ແລະບ້ານ ຫ້ວຍພະລາມ ມີຜູ້ເຂົ້າຮ່ວມທັງໝົດ 71 ທ່ານ, ຍິງ  28 ທ່ານ , ໃນນັ້ລວມທັງໃຫ້ທຶນຈາກສະພາບເອີລົບ 1 ທ່ານ, ທີປຶກສາປະເມີນໂຄງການ 1 ທ່ານ, ໃນກອງປະຊຸມແລກປ່ຽນບົດຮຽນ ທາງຜູ້ຕາງຈຸງານປ່າໄມ້ບ້ານ ທັງ 2 ບ້ານ ໄດ້ນໍາສະເໜີ ຈຸດເດັ່ນ ແລະສິງທ້າທ້າຍຂອງການຈັດຕັ້ງປະຕິບັດໂຄງການຜ່ານ ແລະມີຫຼາຍພາກສ່ວນໄດ້ມີຄໍາເຫັນແລກປ່ຽນບົດຮຽນຮ່ວມກັນໂດຍສະເພາະວຽກງານ ການຄຸ້ມບໍລິຫານຂອງຈຸງານປ່າໄມ້ ແລະການໄກ່ເກ່ຍເຂດຊາຍແດນລະຫວ່າງບ້ານຕໍ່ບ້ານ ເຊີງກັນ ແລະກັນ