ໂຄງການ ການເປັນເຈົ້າການຂອງໄວຫນຸ່ມໃນການເຮັດບົດຄົ້ນຄ້ວາເພື່ອປັບປຸງຊີວິດການເປັນຢູ່ຂອງຊົນເຜົ່າໃນເຂດຫ່າງໄກສອກຫຼີກ ຢູ່ເມືອງເມີງ, ຜາອຸດົມ, ແຂວງ ບໍ່ແກ້ວ.

  • ໄລຍະເວລາ ດຳເນີນໂຄງການ ປີ 2018-2020
  • ຂົງເຂດຈັດຕັ້ງປະຕິບັດໂຄງການ: ຈັດຕັ້ງປະຕິບັດຢູໃນ 2 ເມືອງ ຄື່: ເມືອງ ເມີງ ມີ 2 ບ້ານ (ບ້ານ ໂພນສະຫວ່າງ ແລະ ບ້ານ ຫ້ວຍທາດ), ເມືອງ ຜາອຸດົມ ມີ 2 ບ້ານ ( ບ້ານ ໃໝ່ມ ແລະ ບ້ານ ເດືອ)
ໃນຍຸກທີ່ເສດຖະກິດກຳລັງເຕີບໂຕໄປຢ່າງໄວວານີ້ ກຸ່ມໄວໜຸ່ມຊົນເຜົ່າ ທີ່ຢູ່ເຂດຫ່າງໄກສອກຫຼີກ ຕ້ອງໄດ້ປະເຊີນກັບຄວາມທ້າທາຍສິ່ງໃໝ່ໆ ເຊິ່ງລວມໄປເຖິງການສຶກສາ, ສຸຂະພາບ ແລະ ການຈະເລີນພັນ. ບັນຫາທີ່ພວກເຂົາເຈົ້າກຳລັງປະເຊີນໜ້າຢູ່ຍັງບໍ່ໄດ້ຮັບການແກ້ໄຂຢ່າງພຽງພໍ ໃນບັນດາກິດຈະກຳທີ່ມີຢູ່, ເນື່ອງຈາກ ກຸ່ມຄົນເຫຼົ່ານີ້ ມີເປົ້າໝາຍທີ່ຈະເປັນຜູ້ນຳໃນຊຸມຊົນ ແລະ ເປັນຄູ່ຮ່ວມງານຂອງພັກ-ລັດ, ເປົ້າໝາຍໂຄງການແມ່ນມຸ້ງເນັ້ນໄປໃນທາງຮຽນຮູ້, ກຸ່ມໄວໜຸ່ມ ໄດ້ໃຊ້ເວລາໃຫ້ເປັນປະໂຫຍດຈາກ ເທັກໂນໂລຢີ ທີທັນສະໄໝ ເພື່ອເພີ່ມຄວາມສາມາດ ດ້ວຍສຽງຂອງໄວຫນຸ່ມຢູ່ຊົນນະບົດທີ່ເປັນຊົນເຜົ່າ (ຜູ້ຊາຍ ແລະ ແມ່ຍິງ) 2.ເປົ້າໝາຍ: ເພື່ອເປັນການທົດສອບ ການຮຽນຮູ້ ແລະ ຂະຫຍາຍວິທີການປ່ຽນແປງທາງບວກທີ່ມີປະສິດທິຜົນໃຫມ່ ໃຫ້ສຽງແກ່ໄວໜຸ່ມຢູ່ເຂດຊົນນະບົດ
Previous
Next
  • ກອງປະຊຸມເປີດໂຄງການ ແລະ ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບຄູ່ຮ່ວມງານ: ໃນກອງປະຊຸມໄດ້ເຫັນດີເປັນເອກະພາບ ຮັບຮອງເອົາ ເນື້ອໃນຂອງບົດສະເໜີໂຄງການ, ພາລະບົດບາດໜ້າທີ່ຮັບຜິດຊອບຂອງແຕ່ລະຝ່າຍ; ໄດ້ກຳນົດ ບ້ານເປົ້າໝາຍຢູ່ 2 ເມືອງໆ ເມິງ 2 ບ້ານໆ ຫ້ວຍທາດ ແລະ ບ້ານ ໂພນສະຫວ່າງ, ເມືອງ ຜາອຸດົມ 2 ບ້ານໆ ເດືອ ແລະ ບ້ານໃໝ່; ເລຂາ ຄະນະບໍລິຫານງານ ຊາວໜຸ່ມ ປປລ ແຂວງ ໄດ້ແຕ່ງຕັ້ງຜູ້ປະສານງານ ແລະ ວິຊາການປະຈໍາໂຄງການ 7 ທ່ານ, ຍິງ 2 ທ່ານ
  • ແນະນຳໂຄງການຂັ້ນບ້ານ, ຄັດເລືອກຄະນະຕົວແທນໄວໜຸ່ມຂັ້ນບ້ານ ແລະ ຝຶກອົບຮົມອອກແບບ ເຮັດບົດຄົ້ນຄວ້າ ໃນ 4 ບ້ານ 2 ເມືອງ, ມີຜູ້ເຂົ້າຮ່ວມທັງໝົດ 200 ທ່ານ, ຍິງ 105 ທ່ານ
  • ອົງການປົກຄອງບ້ານ ໃນ 4 ບ້ານ ເຫັນດີເປັນເອກະພາບ, ຮັບຮອງເອົາກິດຈະກຳໂຄງການທີ່ນຳສະເໜີ ມາຈັດຕັ້ງປະຕິບັດຢູ່ໃນບ້ານຂອງຕົນເອງ; ໄດ້ແຕ່ງຕັ້ງຕົວແທນໄວໜຸ່ມບ້ານ ໃນ 4 ບ້ານ ເຂົ້າມາຮັບຜິດຊອບໂຄງການໃນການເຮັດຄົ້ນຄວ້າມີ 51 ທ່ານ, ຍິງ 28 ທ່ານ, ຈາກ 4 ບ້ານ ໃນ 2 ເມືອງ
  • ຝຶກອົບຮົມການເຮັດບົດຄົ້ນຄວ້າ ແລະ ສ້າງແບບຟອມສຳພາດໃຫ້ ຕົວແທນກຸ່ມໄວໜຸ່ມ 51 ທ່ານ, ຍິງ 28 ທ່ານ,  ໄດ້ກໍານົດຫົວຂໍ້ບົດຄົ້ນຄວ້າ ທີມີຄວາມສຳຄັນຕໍ່ການດຳລົງຊີວິດ ແລະ ເຊື່ອມໂຍງເຂົ້າໃນແຜນພັດທະນາເສດຖະກິດຂອງບ້ານ ແລະ ເມືອງ
  • ຝຶກອົບຮົມການເຮັດວຽກເປັນທີມ, ພະວາຜູ້ນຳພາທີມ ແລະ ການບໍລິຫານກຸ່ມ ໃຫ້ກຸ່ມໄວໜຸ່ມ 4 ບ້ານ : ໄວໜຸ່ມໄດ້ມີທັກສະການເປັນຜູ້ນຳພາທີມ, ມີທັກສະການຄຸ້ມຄອງບໍລິຫານກຸ່ມ ແລະ ມີແນວຄິດການພັດທະນາ ຮູ້ຈັກການວາງແຜນພັດທະນາຕົນເອງ, ພັດທະນາກຸ່ມ ແລະ ບ້ານ
  • ບ້ານໂພນສະຫວ່າງ ມີ 4 ຫົວຂໍ້: ການຕົ້ມເຫຼົ້າເຂົ້າເປືອກ, ການປູກຢາງພາລາ, ການປູກຊາ ແລະ ການປຸງແຕ່ງຊາ, ບຸນປະເພນີຊົນເຜົ່າ ອາຄາ
  • ບ້ານ ຫ້ວຍທາດ ມີ 5 ຫົວຂໍ້: ການປູກຊາ, ການປູກຢາງພາລາ, ການລ້ຽງງົວ, ການລ້ຽງໄກ່, ບຸນປະເພນີຊົນເຜົ່າ ລາຫູຊິ
  • ບ້ານເດືອ ມີ 5 ຫົວຂໍ້: ການປູກໝາກແໜ່ງ, ການປູກເຂົ້າກຳ, ການລ້ຽງງົວ, ການລ້ຽວແບ້, ການລ້ຽງໄກ່ພັນພື້ນເມືອງ
  • ບ້ານໄໝ່ ມີ 6 ຫົວຂໍ້: ການຖັກຍູກວາດ, ປ່າໜໍ່ຂົມ, ການປູກໝາກແໜ່ງ, ການລ້ຽງແບ້, ການລ້ຽງໄກ່, ການເຮັດບຸນເກຣິະ (ເຜົ່າກຶມຫມຸ)
  • ກຸ່ມໄວໜຸ່ມ 4 ບ້ານ ໃນ 2 ເມືອງ  ໄດ້ສ້າງແບບຟອມລົງສຳພາດ ແລະ ເກັບກຳຂໍ້ມູນຂອງປະຊາຊົນ ແລະ ວິເຄາະ ແກ້ໄຂບັນຫາ ອອກມາ ສາມາດນຳໃຊ້ໄດ້
  • ກຸ່ມນັກຄົ້ນຄ້ວາໄວໜຸ່ມ 4 ບ້ານໃນ 2 ເມືອງ : ກຸ່ມໄວໜຸ່ມບ້ານ 4 ບ້ານ ມີແຜນເປົ້າໝາຍພັດທະນາບ້ານ ອອກເປັນກິດຈະກຳ ແຕ່ປີ 2019 – 2020, ຫົວຂໍ້ບົດຄົ້ນຄວ້າໄດ້ຖືກຈັດລຽງບູລີມະສິດແກ້ໄຂສຳເລັດ 4 ຫົວຂໍ້ ໃນ 4 ບ້ານ:
    – ສະມາຊິກກຸ່ມໄວໜຸ່ມ 4 ບ້ານ, ໃນ 2 ເມືອງ ມີທັງໝົດ 51 ທ່ານ, ຍິງ 28 ທ່ານ ( ເຂົ້າຮ່ວມຝຶກອົບຮົມແຕ້ມແຜນຍຸດທະສາດຂອງຕົວເອງ ແລະ ບ້ານ ຈຳນວນ 43 ທ່ານ, ຍິງ 23 ທ່ານ ເທົ່າກັບ 82,5% ຂອງສະມາຊິກກຸ່ມໄວໜຸ່ມທັງໝົດ
    – ຂໍ້ມູນແຜນຍຸດທະສາດຂອງສະມາຊິກກຸ່ມບັນທຶກໄວ້ໃນປຶ້ມຂອງໃຜລາວ, ບັນທຶກໃນປ້າຍໄວນິວຂອງກຸ່ມ ແລະ ບັນທຶກໃນຄອມພິວເຕີ

ໄວໜຸ່ມທັງ 4 ບ້ານ, ພາຍຫຼັງທີໄດ້ຮັບການຝຶກອົບຮົມສຳເລັດ ກຸ່ມໄວໜຸ່ມໃນ 4 ບ້ານ ໃນ 2 ເມືອງ ສາມາດສ້າງວິດີໂອ ສືໃຫ້ເຫັນເຖິງສະພາບການ ແລະ ບັນຫາພາຍໃນບ້ານ ໄດ້ 10 ເລື່ອງ ເຜີຍແຜ່ອອກສູສັງຄົມອອນໄລ

  • ຄົນຕິດຕາມໃນເຄືອຄາຍສືສັງຄົມອອນໄລ, ພາບ, ວິດີໂອ ແລະ ເຟດບຸກ 3,131 ຄົນ ເທົ່າເທົ່າກັບ 156, 5%
  • ກິດຈະກຳໂຄງການຂອງໄວໜຸ່ມ 4 ບ້ານ ມີທັງໝົດ 12 ກິດຈະກຳ, ແຕ່ໄດ້ຖືກຈັດຕັ້ງປະຕິບັດໄປທັງໝົດ 11 ກິດຈະກຳ, ຍັງຄ້າງ 1 ກິດຈະກຳ ( ສ້າງປ້າຍລະບຽບຫ້າມນຳໃຊ້ສານເຄມີ ຂອງບ້ານຫ້ວຍທາດ, ເມືອງເມິງ)
  • ໄວໜຸ່ມມີຄຳເຫັນ ແລະ ເວົ້າລະບາຍຄວາມໃນໃຈ ຈາກການສຳພາດ ມີທັງໝົດ 28 ທ່ານ, ຍິງ 12 ທ່ານ, ເທົ່າກັບ 54% ຂອງສະມາຊິກກຸ່ມໄວໜຸ່ມທັງໝົດ