ໂຄງການພັດທະນາເສດຖະກິດຊົນນະບົດເພື່ອປັບປຸງຊິວິດການເປັນຢູ່ຂອງຊາວກະສິກອນ
ໃນ ແຂວງ ບໍ່ແກ້ວ

 

ໄລຍະໂຄງການ: ເມສາ 2020 ຫາ ເມສາ 2024

ກິດຈະກໍາຫຼັກຂອງໂຄງການ

  • ສົ່ງເສີມຄອບຄົວຜູ້ຜະລິດຂະໜາດນ້ອຍໃນ 15 ຊຸມຊົນ ໃຫ້ມີການນໍາໃຊ້ນະວັດຕະກໍາການຜະລິດແບບໃໝ່ທີ່ມີປະສິດທິພາບ, ຊ່ວຍປະຢັດແຮງງານ ແລະ ຕົ້ນທຶນການຜະລິດ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ແລະ ມີຄວາມຍືນຍົງ.
  • ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອຊາວກະສິກອນໃນ 15 ຊຸມຊົນໃນການຈັດຕັ້ງ ເປັນກຸ່ມ ແລະ ໃຫ້ມີຄວາມມາສາດໃນການຕິດຕໍ່ພົວພັນການຕະຫຼາດກ່ຽວກັບສິນຄ້າກະສິກໍາ ກັບບັນດາຊາວຄ້າຂາຍ ຢ່າງເປັນເຈົ້າການ
  • ສະໜັບສະໜູນປະຊາຊົນໃນ 15 ຊຸມຊົນໃນການລິເລີ່ມການວາງແຜນ, ຈັດສັນ ແລະ ຄຸ້ມຄອງ ການນໍາໃຊ້ທີ່ດິນກະສິກໍາ ແລະ ປ່າໄມ້ ແບບມີສ່ວນຮ່ວມ (P-FALUPAM) ເຊິ່ງຈະນໍາໄປສູ່ແຜນນໍາໃຊ້ທີ່ດິນທີ່ໄດ້ຮັບການຮັບຮອງ ແລະ ອະນຸມັດຢ່າງເປັນເອກະພາບກັນທີ່ຈະກາຍເປັນປັດໃຈສໍາຄັນຕໍ່ກັບການຕັດສິນໃຈຂອງຊາວກະສິກອນໃນການລົງທຶນເຂົ້າໃນການພັດທະນາທີ່ດິນທໍາການຜະລິດຂອງເຂົ້າເຈົ້າໃນໄລຍະຍາວ
  • ສະໜັບສະໜູນການປັບປຸງຂອດການຄຸ້ມຄອງການເຄື່ອນຍ້າຍ ແລະ ລະບົບການຕະຫຼາດ ຂອງສິນຄ້າກະສິກໍາໃນເຂດໂຄງການ ໃຫ້ເອື້່ອຜົນປະໂຫຍດຕໍ່ຜູ້ຜະລິດຂະໜາດນ້ອຍຫຼາຍຂຶ້ນ
  • ເສີມສ້າງຄວາມອາດສາມາດໃຫ້ກັບພະນັກງານວິຊາການຂັ້ນເມືອງຄື: ຫ້ອງການກະສິກໍາ ແລະ ປ່າໄມ້, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ແລະ ຫ້ອງການສະຫະພັນແມ່ຍິງ ໃນການສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ ພ້ອມທັງການສ້າງແຜນຂັບເຄື່ອນ ແລະ ຂະຫຍາຍກິດຈະກໍາສາທິດທົດລອງໃນປີທໍາອິດຂອງໂຄງການໄປສູ່ຄອບຄົວ   ໃໝ່ ແລະ ບ້ານໃໝ່ ທັງພາຍໃນ ແລະ ນອກເຂດເປົ້າໝາຍຂອງໂຄງການ ໃນປີທັດໄປ ຢາງມີປະສິດທິພາບ ແລະ ເປັນເຈົ້າການ
  • ດໍາເນີນການສຶກສາວິໄຈທາງດ້ານເສດຖະກິດສັງຄົມເພື່ອນໍາເອົາຜົນວິໄຈມາຕໍ່ຍອດຍຸດທະສາດການພັດທະນາໃນເຂດໂຄງການຂອງເມືອງເປົ້າໝາຍ
ການປູກເຂົ້ານາ ໂດຍນຳໃຊ້ເຄື່ອງຢອດເມັດແບບແຫ້ງ
ວ່າງແຜນປັບປຸ່ງແຜນການຕະຫຼາດຂອງກຸ່ມຊາວກະສິກອນ
ຝຶກອົບຮົມ ເຕັກນິກການຜະລິດໝາກນັດນອກລະດູການ ແລະ ສາທິດການປະຕິບັດຕົວຈິງ