ແຜນງານການສະໜັບສະໜູນການຄຸ້ມຄອງປ່າໄມ້ແບບຍືນຍົງ ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ບ້ານນໍ້າຍອນໃໝ່

ກິດຈະກໍາ 1: ທັດສະນະສຶກສາດ້ານການຄຸ້ມຄອງປ່າໄມ້ປ່ອງ,ເຄື່ອງປ່າຂອງດົງ ແລະ ການຈັກສານຫັດຖະກໍາໃຫ້ແກ່ ພະນັກງານລັດ,  ສະມາຄົມແມ່ຍິງຮ່ວມໃຈພັດທະນາ ແລະ ຊາວບ້ານ

  • ສໍາເລັດການໄປທັດສະນະສຶກສາດ້ານການຄຸ້ມຄອງປ່າໄມ້ປ່ອງ,ເຄື່ອງປ່າຂອງດົງ ແລະ ການຈັກສານຫັດຖະກໍາທີ່ເມືອງວຽງໄຊ, ແຂວງຫົວພັນ ໃຫ້ແກ່ພະນັກງານລັດ,  ສະມາຄົມແມ່ຍິງຮ່ວມໃຈພັດທະນາ ແລະ ຊາວບ້ານ ເຊີ່ງຜູ້ເຂົ້າຮ່ວມທັງໝົດ 7 ທ່ານ ,ຍິງ 0 ທ່ານ (ພະແນກກະສິກໍາປ່າໄມ້ແຂວງ 2 ທ່ານ, ຊາວບ້ານ 4 ທ່ານ ແລະ ສະມາຄົມ 1 ທ່ານ) ຊາວບ້ານໄດ້ຮຽນຮູ້ຂັ້ນຕອນ ແລະ ວິທີການ ບໍລິຫານກຸ່ມເຊັນ: ກຸ່ມໜໍ່ໄມ້, ກຸ່ມຄຸ້ມຄອງເຄື່ອງປ່າຂອງດົງ ແລະ ກຸ່ມຈັກສານ ລວມໄປເຖິງການຕະຫລາດຂອງກຸ່ມ, ຊາວບ້ານຖອດຖອນ ແລະ ຮຽນຮູ້ເຕັກນິກວິທີໃນການຕັດໄມ້ປ່ອງໃນການຈັດສານ.
  • ຈັດພິທີ ແລະ ປູກຕົ້ນໄມ້ ໃສ່ປ່າປ້ອງກັນຫົວນໍ້າລີນ ຂອງບ້ານ ນໍ້າຍອນໃໝ່ ເຊີ່ງມີຜູເຂົ້່າຮ່ວມທັງໝົດປະມານ 130 ຄົນ,ຍິງ 75 ຄົນ ປູກໃນຈໍານວນເບ້ຍໄມ້ 600 ເບ້ຍ (ໃນນັ້ນມີຊະນິດໄດ້ດູ 200 ເບ້ຍ,ໄມ້ດູລາຍ200 ເບ້ຍ ແລະ ໄມ້ແຕ້ຂ່າ200 ເບ້ຍ) ໃນເນື້ອທີ ປະມານ 1 ເຮັກຕາ ເພືອເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ, ເຮັດໃຫ້ຊຸມຊົນບໍ່ໄດ້ເຂົ້າໄປບຸກລຸກປ່າປ້ອງກັນດັ່ງກ່າວ ແລະຊຸມຊົນມີນໍ້າໃຊ້ຕະຫຼອດປີ
    ສໍາເລັດໃນການການສ້ອມແປງຄອງເໝືອງບ່ອນທີມີນໍ້າຊືມອອກມີຄວາມຍາວປະມານ 400 ແມັດ ນໍາໃຊ້ງົບປະມານຈໍານວນ 11,460,000 ກີບ ໃຫ້ບ້ານ ນໍ້າຍອນໃໝ່ ຈໍານວນ 20 ຄອບຄົວ,. ເຊີ່ງໃນການປັງປຸງຄັ້ງນີ້ໄດ້ກຸ່ມຊາວຈໍານວນ 20 ຄອບຄົວ ມີນໍ້າໃສ່ນາພຽງພໍຕຫຼອດະລະດູການ ແລະໄດ້ຮັບຜົນຜະລິດເຂົ້ານາເພີ່ມຂື້ນ
    ສໍາເລັດ ການຝຶກອົບຮົມຂອບເຂດ, ສິດໜ້າ ແລະ ພາລະບົດບາດຂອງຈຸງານກະສິກໍາ ແລະ ປ່າໄມ້ຂັ້ນບ້ານ, ການສ້າງຄວາມສາມາດ ທາງດ້ານກົດໝາຍປ່າໄມ້, ດໍາລັດວ່າດ້ວຍການສົ່ງເສີມປູກໄມ້ ໃຫ້ເປັນສິນຄ້າ, ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ, ຍິງ 0 ຄົນ, ຈຸງານກະສິກໍາ ແລະ ປ່າໄມ້ບ້ານ 9 ຄົນ, ພະນັກງານ ວິຊາການກະສິກໍາ ແລະປ່າໄມ້ເມືອງ 2 ຄົນ, ຂະແໜງປ່າໄມ້ແຂວງ 1 ຄົນ, ວິຊາການຂະແໜງກອງກວດກາປ່າໄມ້ແຂວງ 1 ຄົນ ແລະ ສະມາຄົມແມ່ຍິງຮ່ວມໃຈພັດທະນາ 1 ຄົນ, ເຊີງຜູ້ຮ່ວມ ສາມາດເຂົ້າໃຈ ສິດ, ໜ້າທີ ແລະພາລະບົດບາດ ແລະເຕັກນິກໃນການເຂົ້າກວດຄົ້ນການຄ້າຂາຍສັດປ່າທີ່ຫວງຫ້າມ

ກິດຈະກຳ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2023

ເດັກນ້ອຍເຍົາວະຊົນ ລົງປູກຕົ້ນໄມ້
ເຍົາວະຊົນ ໂຮງຮຽນບ້ານ ນ້ຳຍອນໃໝ່ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ
ພິທີເປີດ ງານວັນປູກຕົ້ນໄມ້ແຫ່ງຊາດ
ຄະນະການນຳຂອງແຂວງ ແລະ ເມືອງ ເຂົ້າຮ່ວມເປີດພິທີງານວັນປູກຕົ້ນໄມ້ ໂດຍເປັນປະທ່ານ ຂອງທ່ານ ເຈົ້າແຂວງ ບໍແກ້ວ (ທ່ານ ບົວຄົງ ນາມມະວົງ)
ພິທີເປີດ ງານວັນປູກຕົ້ນໄມ້ແຫ່ງຊາດ
Previous
Next
ສະມາຄົມແມ່ຍິງຮ່ວມໃຈພັດທະນາ ຮ່ວມກັບ ພະແນກກະສິກຳ ແລະ ໂຄງການ Recoftc-Lao PDR ໄດ້ລົງສົມທົບ ອົງການປົກຄອງບ້ານ ຈັດກິດຈະກຳສົງເສີມການປູກປ່າໄມ້ ໃນເຂດປ່າສະຫງວນເຂດແຫຼ່ງນ້ຳຂອງບ້ານ ນ້ຳຍອນ ເຊິ່ງໃຫ້ກຽດເປັນປະທານເປີດພິທີ ໂດຍທ່ານ ເຈົ້າແຂວງ ແຂວງບໍ່ແກ້ວ, ທ່ານ ຮອງເຈົ້າແຂວງ ແລະ ການນຳຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ ງານວັນປູກຕົ້ນໄມ້ແຫ່ງຊາດໃນງານ, ຕົ້ນໄມ້ທີປູກປັບປຸງ ແລະ ຟື້ນຟູຄວາມອຸດົມສົມບູນຂອງທຳມະຊາດ ແລະ ແຫຼ່ງອາຫານໃນທຳມະຊາດໃນງານປະກອບມີ:
  •  ໄມ້ດູລາຍ
  • ໄມ້ແຕ້ຄາ
  • ແລະ ເບ້ຍຫວາຍ
  • ສະໜັບສະໜູນອຸປະກອນໃນວຽກງານການກວດກາລາດຕາເວນໃຫ້ຈຸງານກະສິກໍາ ແລະ ປ່າໄມ້ບ້ານ
  • ສໍາເລັດການລົງເຜີຍແຜ່ກົດໝາຍປ່າໄມ້ເລກທີ 64/ສພຊ ສະບັບປັບປຸງໃໝ່ ບາງມາດຕາທີກ່ຽວຂ້ອງກັບການນໍາໃຊ້ປ່າໄມ້, ຄໍາແນະນໍາໃນການປະຕິບັດກົດໝາຍ, ດໍາລັດໃນການອອກທະບຽນໄມ້ປູກໃຫ້ໝາກ, ລະບຽບບ້ານນໍ້າຍອນໃໝ່ ແລະ ນິນຍາມວຽກງານແຟັກຕີ ໃນຄັ້ງນີ້ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 140 ຄົນ, ຍິງ 64 ຄົນ, ໃນນັ້ນ ມາຈາກ ວິຊາການ ຂະແໜງປ່າໄມ້ແຂວງ   1 ທ່ານ , ໜ່ວຍງານປ່າໄມ້ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫ້ວຍຊາຍ 1 ທ່ານ,  ຜູ້ປະສານງານໂຄງການຈາກສະມາຄົມMHP 1 ທ່ານ, ອົງການລີຄອບ 1 ທ່ານ, ວິຊາການຈາກພະນັກງານກະສິກໍາລົງຮາກຖານ 1 ທ່ານ, ອໍານາດການປົກຄອງບ້ານ ແລະ ຊາວບ້ານໃນ 5 ບ້ານມີ   135 ທ່ານ ຄື: ບ້ານ ລາວຫຼວງ(ຄຸ້ມດອນຈັນ 31 ທ່ານ), ບ້ານລາວຫຼວງ(ຄຸ້ມລາວຫຼວງ10 ທ່ານ), ບ້ານ ປາກງາວ 18 ທ່ານ, ບ້ານນໍ້າຍອນໃໝ່ 53 ທ່ານ ແລະ ບ້ານ ນໍ້າຍອນເກົ່າ(ຄຸ້ມດອນຟອງ 23 ທ່ານ)
  • ສໍາເລັດການຝຶກອົບຮົມກ່ຽວກັບການເຊື່ອມສານບົດບາດຍິງ – ຊາຍໃນການຄຸ້ມຄອງປ່າໄມ້, ບົດບາດ ແລະ ຄວາມຮັບຜິດຊອບຂອງແມ່ຍິງ ມີຜູ້ເຂົ້າຮ່ວມລວມທັງໝົດ 32 ຄົນ, ຍິງ 9 ຄົນ, ຊາຍ 23 ຄົນ, ພະນັກງານ ວິຊາການກະສິກໍາເມືອງ 1 ຄົນ, ຂະແໜງປ່າໄມ້ແຂວງ 1 ຄົນ, ຜູ້ປະສານງານລີຄອບ  1 ຄົນ ແລະ ສະມາຄົມແມ່ຍິງຮ່ວມໃຈພັດທະນາ 1 ຄົນ ຊາວບ້ານ 28 ທ່ານ ) ໃນການຝຶກອົບຮົມແມ່ນໄດ້ ຝຶກທັງທິດສະດີ ແລະ ພ້ອມ ຍົກຕົວຢ່າງສົມທຽບ ໃນການສົນທະນາແລກປ່ຽນ ເຊີ່ງມີເນື້ອໃນບົດຮຽນຄື: ທັກສະການເປັນຜູ້ນໍາພາ, ແລະ ທັກສະດ້ານບົດບາດຍິງ-ຊາຍ , ບົດບາດຍິງ-ຊາຍ ເຂົ້າໃນການຄຸ້ມຄອງປ່າໄມ້ ຜ່ານການຝຶກອົບຮົມ ມີຜູ້ເຂົ້າໃຈດີ 15 ທ່ານ, ເຂົ້າໃຈປານກາງ 9 ທ່ານ ແລະ ເຂົ້າໃຈໜ້ອຍໜືງ 4 ທ່ານ